ງານມະຫາກຳກິລາຊີເກມ ຄັ້ງທີ 30 ປີ 2019 ທີ່ປະເທດຟີລິບປິນ. ເປັນການແຂ່ງຂັນທີ່ມີນັກກິລາຈາກ 11 ປະເທດໃນອາຊີຕາເວັນອອກສຽງໃຕ້ເຂົ້າຮ່ວມ. ການແຂ່ງຂັນໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ພະຈິກ – 11 ທັນວາ 2019.
ແລະ ນີ້ເປັນຄັ້ງທຳອິດທີ່ສະຫະພັນກິລາຄິກບ໊ອກຊິງແຫ່ງຊາດລາວ ໄດ້ມີໂອກາດສົ່ງຕົວແທນນັກກິລາທີມຊາດລາວ. ເດີນທາງໄປເຂົ້າຮ່ວມການແຂ່ງຂັນຄັ້ງນີ້. ຫຼັງຈາກການສ້າງຕັ້ງສະຫະພັນໄດ້ບໍ່ດົນ, ໂດຍຄັ້ງນີ້ພວກເຮົາມີນັກກິລາໃໝ່ຫຼາຍຄົນ ແລະມີການຝຶກອົບຮົມ ສ້າງທີມງານໃຫມ່ທັງຫມົດ
ແລະຜົນການແຂ່ງຂັນກໍປະສົບຜົນສໍາເລັດຫຼາຍ. ນັກກິລາຄິກບ໊ອກຊິງທີມຊາດລາວ ສາມາດຍາດມາໄດ້ 1 ຫຼຽນຄຳ, 3 ຫຼຽນທອງ ແລະ ຫຼຽນຄຳໃນຄັ້ງນີ້ ແມ່ນເປັນຫຼຽນຄໍາດຽວຂອງທີມກິລາລາວທັງໝົດ ທີ່ໄດ້ເຂົ້າແຂ່ງຂັນຊີເກມໃນຄັ້ງນີ້ເຊັ່ນກັນ


