Portfolio

ໜ່ວຍງານວິໄສທັດລາວ ສ້າງຕັ້ງຂຶ້ນໃນປີ 2011 ແລະ ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການໃນປີ 2015 ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເຮົາເລີ່ມຈັດກິດຈະກຳຕ່າງໆ ທາງດ້ານສິລະປະ, ວັດທະນະທຳ ແລະ ກິລາຂອງລາວ. ໂດຍໄດ້ຮັບຜົນສໍາເລັດ ໄດ້ຮັບການຕອບຮັບຈາກປະຊາຊົນລາວ. ແລະຊາວຕ່າງປະເທດຈໍານວນຫຼາຍເຊັ່ນ: ການແຂ່ງຂັນມວຍໃນໂຄງການ ສຸດຍອດມວຍລາວລາວສະຕາຣ໌ ການແຂ່ງຂັນກິລາບານເຕະມະຫາວິທະຍາໄລ U-League, ການແຂ່ງຂັນມວຍລາວໄຟທ໌, ນ້ຳຂອງໄຟທ໌ ແລະການແຂ່ງຂັນເຈດສະກີນານາຊາດ ທີ່ແດນສະຫວັນນ້ຳງື່ມ Resort ຫນ່ວຍງານວິໄສທັດລາວ ຍັງຄົງສືບຕໍ່ພັດທະນາ ແລະ ສ້າງກິດຈະກຳທີ່ດີ ເນັ້ນໃສ່ກິລາທີ່ມີຄຸນນະພາບໃຫ້ແກ່ປະເທດລາວຕໍ່ໄປ

ລາຍລະອຽດວຽກງານ ຢູ່ໃນລະຫວ່າງການເກັບກຳຂໍ້ມູນ ລາຍລະອຽດວຽກງານ ຢູ່ໃນລະຫວ່າງການເກັບກຳຂໍ້ມູນ ລາຍລະອຽດວຽກງານ ຢູ່ໃນລະຫວ່າງການເກັບກຳຂໍ້ມູນ

ເປັນການຈັດການແຂ່ງຂັນມວຍ ໃນລາຍການ ສຸດຍອດມວຍ ລາວສະຕາຣ໌ ເປັນປີທີ່ 2 ປະຈຳປີ 2013 ມີການປັບປ່ຽນວິທີການໃຫມ່ໃຫ້ມີມວຍຮອບ ມີການຍ້າຍສະຖານທີ່

ເປັນການແຂ່ງຂັນກີລາຟຸດຊອລ ທີ່ມີບໍລິສັດລາວປາຊີຟິກເປັນ ຜູ້ຈັດຈໍາໜ່າຍເບຍ Heineken. ແລະ ເບຍ Tiger ເປັນຜູ້ສະຫນັບສະຫນູນ ການແຂ່ງຂັນໄດ້ຈັດຂຶ້ນທີ່ສະໜາມກິລາບຶງຂະຫຍອງ

ເປັນການແຂ່ງຂັນກີລາຟຸດຊອລ ສຳລັບລູກຄ້າໃນກຸ່ມບໍລິສັດ ST ຈັດຂຶ້ນທີ່ເດີ່ນຫຍ້າທຽມ ສະໜາມກີລາໃນຮົ່ມ ບຶງຂະຫຍອງ ນະຄອນຫຼວງວຽງຈັນ ທີ່ມີ M150 ເປັນຜູ້ສະໜັບສະໜູນ

ຫລັງຈາກປະສົບຄວາມສຳເຫລັດຈາກການຈັດສຸດຍອດມວຍລາວສະຕາຣ໌ ໃນປີ 2012-2013 ພວກເຮົາເລີ່ມມີນັກກິລາທີ່ມີພອນສະຫວັນຫລາຍຄົນ ໃນເວລານັ້ນຢູ່ປະເທດໄທ