Portfolio

ໜ່ວຍງານວິໄສທັດລາວ ສ້າງຕັ້ງຂຶ້ນໃນປີ 2011 ແລະ ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການໃນປີ 2015 ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເຮົາເລີ່ມຈັດກິດຈະກຳຕ່າງໆ ທາງດ້ານສິລະປະ, ວັດທະນະທຳ ແລະ ກິລາຂອງລາວ. ໂດຍໄດ້ຮັບຜົນສໍາເລັດ ໄດ້ຮັບການຕອບຮັບຈາກປະຊາຊົນລາວ. ແລະຊາວຕ່າງປະເທດຈໍານວນຫຼາຍເຊັ່ນ: ການແຂ່ງຂັນມວຍໃນໂຄງການ ສຸດຍອດມວຍລາວລາວສະຕາຣ໌ ການແຂ່ງຂັນກິລາບານເຕະມະຫາວິທະຍາໄລ U-League, ການແຂ່ງຂັນມວຍລາວໄຟທ໌, ນ້ຳຂອງໄຟທ໌ ແລະການແຂ່ງຂັນເຈດສະກີນານາຊາດ ທີ່ແດນສະຫວັນນ້ຳງື່ມ Resort ຫນ່ວຍງານວິໄສທັດລາວ ຍັງຄົງສືບຕໍ່ພັດທະນາ ແລະ ສ້າງກິດຈະກຳທີ່ດີ ເນັ້ນໃສ່ກິລາທີ່ມີຄຸນນະພາບໃຫ້ແກ່ປະເທດລາວຕໍ່ໄປ

ເປັນການຈັດການແຂ່ງຂັນມວຍ ລາຍການ Lao Fight ຕໍ່ເນື່ອງເປັນປີທີ່ 2 ໂດຍໃຊ້ສະຖານທີ່ເດີມ ທີ່ເດິ່ນພະທາດຫລວງ ນະຄອນຫຼວງວຽງຈັນ ແລະຢູ່ທີ່ ໂຮງກາຍະສິນ

ໜ່ວຍງານ ລາວວິໄສທັດ ຮ່ວມກັບ ນະຄອນຫຼວງວຽງຈັນ ຈັດງານວັນກິລາ ແລະ ວັນຄ້າຍວັນເກີດ ລຸງສຸພານຸວົງ ຄົບຮອບ 105 ປີ ພາຍໃນງານມີກຸ່ມເຕັ້ນ Basalope

ແນວ​ຄວາມ​ຄິດ​ໃນ​ການ​ຈັດ​ຕັ້ງ​ກິດ​ຈະ​ກໍາ​ໄດ້​ເລີ່ມ​ຕົ້ນ​ທີ່ ໜ່ວຍງານລາວ​ວິ​ໄສ​ທັດ ​ເຫັນ​ຫາດ​​ດອນ​ຈັນ​ຕອນ​​ນ້ຳລົງຈະເປັນດິນໂລ່ງ ຈຶງ​ຄິດ​​ຈະ​ຈັດ​ການ​ແຂ່ງຂັນ​ກິລາ​ແບບເອັກຊຕຣີມ

ລາຍລະອຽດວຽກງານ ຢູ່ໃນລະຫວ່າງການເກັບກຳຂໍ້ມູນ