Portfolio
ໜ່ວຍງານວິໄສທັດລາວ ສ້າງຕັ້ງຂຶ້ນໃນປີ 2011 ແລະ ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການໃນປີ 2015 ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເຮົາເລີ່ມຈັດກິດຈະກຳຕ່າງໆ ທາງດ້ານສິລະປະ, ວັດທະນະທຳ ແລະ ກິລາຂອງລາວ. ໂດຍໄດ້ຮັບຜົນສໍາເລັດ ໄດ້ຮັບການຕອບຮັບຈາກປະຊາຊົນລາວ. ແລະຊາວຕ່າງປະເທດຈໍານວນຫຼາຍເຊັ່ນ: ການແຂ່ງຂັນມວຍໃນໂຄງການ ສຸດຍອດມວຍລາວລາວສະຕາຣ໌ ການແຂ່ງຂັນກິລາບານເຕະມະຫາວິທະຍາໄລ U-League, ການແຂ່ງຂັນມວຍລາວໄຟທ໌, ນ້ຳຂອງໄຟທ໌ ແລະການແຂ່ງຂັນເຈດສະກີນານາຊາດ ທີ່ແດນສະຫວັນນ້ຳງື່ມ Resort ຫນ່ວຍງານວິໄສທັດລາວ ຍັງຄົງສືບຕໍ່ພັດທະນາ ແລະ ສ້າງກິດຈະກຳທີ່ດີ ເນັ້ນໃສ່ກິລາທີ່ມີຄຸນນະພາບໃຫ້ແກ່ປະເທດລາວຕໍ່ໄປ