ເປັນການແຂ່ງຂັນກິລາມະຫາວິທະຍາໄລໃນປີທີ 2 ໂດຍມີຜູ້ສະໜັບສະໜູນຫຼັກຄື Unilever, M-150 ນອກຈາກຈະມີການແຂ່ງຂັນກິລາບານເຕະລະດັບມະຫາວິທະຍາໄລແລ້ວ. ພາຍໃນງານຍັງມີການປະກວດ Cheer Leader, ການແຂ່ງຂັນກອງເຊຍ ມີການປະກວດການສະແດງຄວາມສາມາດຂອງນັກສຶກສາຈາກສະຖາບັນຕ່າງໆ. ມີກິດຈະກຳໄປຢ້ຽມຢາມຕາມສະຖາບັນຕ່າງໆ ທີ່ເຂົ້າຮ່ວມໃນການແຂ່ງຂັນ ເພື່ອຊ່ວຍສົ່ງເສີມ ໂປຣໂມດສະຖາບັນການສຶກສາທີ່ເຂົ້າຮ່ວມຢູ່ໃນການແຂ່ງຂັນ