Portfolio
ໜ່ວຍງານວິໄສທັດລາວ ສ້າງຕັ້ງຂຶ້ນໃນປີ 2011 ແລະ ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການໃນປີ 2015 ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເຮົາເລີ່ມຈັດກິດຈະກຳຕ່າງໆ ທາງດ້ານສິລະປະ, ວັດທະນະທຳ ແລະ ກິລາຂອງລາວ. ໂດຍໄດ້ຮັບຜົນສໍາເລັດ ໄດ້ຮັບການຕອບຮັບຈາກປະຊາຊົນລາວ. ແລະຊາວຕ່າງປະເທດຈໍານວນຫຼາຍເຊັ່ນ: ການແຂ່ງຂັນມວຍໃນໂຄງການ ສຸດຍອດມວຍລາວລາວສະຕາຣ໌ ການແຂ່ງຂັນກິລາບານເຕະມະຫາວິທະຍາໄລ U-League, ການແຂ່ງຂັນມວຍລາວໄຟທ໌, ນ້ຳຂອງໄຟທ໌ ແລະການແຂ່ງຂັນເຈດສະກີນານາຊາດ ທີ່ແດນສະຫວັນນ້ຳງື່ມ Resort ຫນ່ວຍງານວິໄສທັດລາວ ຍັງຄົງສືບຕໍ່ພັດທະນາ ແລະ ສ້າງກິດຈະກຳທີ່ດີ ເນັ້ນໃສ່ກິລາທີ່ມີຄຸນນະພາບໃຫ້ແກ່ປະເທດລາວຕໍ່ໄປ
ການແຂ່ງຂັນກີລາມວຍໃນລາຍການ ນ້ຳຂອງໄຟທ໌ ທີ່ຈັດການແຂ່ງຂັນໃນເທດສະການ ງານບຸນສ່ວງເຮືອ ຫາດດອນຈັນ ນະຄອນຫຼວງວຽວຈັນ ສປປ.ລາວ
ເປັນການແຂ່ງຂັນມວຍຄັ້ງທຳອິດທີ່ແຂວງສະຫວັນນະເຂດ ຈັດຂຶ້ນພາຍໃຕ້ຊື່ ນ້ຳຊອງ ໄຟທ໌ ສະຖານທີ່ແມ່ນ Savanh Vegas Hotel & Casino ແຂວງສະຫວັນນະເຂດ
Tiger Futsal Championship 2014
ເປັນການຈັດການແຂ່ງຂັນກີລາຟຸດຊອລ ເປັນປີທີ່ 2 ທີ່ມີບໍລິສັດລາວປາຊີຟິກເປັນ ຜູ້ຈັດຈໍາໜ່າຍເບຍ Heineken. ແລະ ເບຍ Tiger ເປັນຜູ້ສະຫນັບສະຫນູນ ແລະ ໄດ້ຖ່າຍທອດສົດ
Lao Star Boxing 2014
ເປັນການຈັດການແຂ່ງຂັນມວຍ ໃນລາຍການ ສຸດຍອດມວຍ ລາວສະຕາຣ໌ ເປັນປີທີ່ 3 ປະຈຳປີ 2014 ຈັດທີ່ໂຮງກາຍະສິນ ນະຄອນຫລວງວຽງຈັນ ມີການຖ່າຍທອດສົດ ທາງໂທລະພາບ ລາວສະຕາຣ໌
U-league 2014
ເປັນການແຂ່ງຂັນກິລາມະຫາວິທະຍາໄລໃນປີທີ 2 ໂດຍມີຜູ້ສະໜັບສະໜູນຫຼັກຄື Unilever, M-150 ນອກຈາກຈະມີການແຂ່ງຂັນກິລາບານເຕະລະດັບມະຫາວິທະຍາໄລ
ເປັນການແຂ່ງຂັນກີລາມວຍຄັ້ງທີ່ 2 ທີ່ແຂວງສະຫວັນນະເຂດ ຈັດຂຶ້ນພາຍໃຕ້ຊື່ ນ້ຳຊອງ ໄຟທ໌ ສະຖານທີ່ແມ່ນ Savanh Vegas Hotel & Casino ແຂວງສະຫວັນນະເຂດ